Tourism Standards in Lao PDR

Tourism Standards in Lao PDR ມາດຕະຖານຂະແໜງການທ່ອງທ່ຽວ ໃນ ສປປ ລາວ ເພື່ອຊຸກຍຸ້ສົ່ງເສີມອຸດສາຫະກໍາການທ່ອງທ່ຽວຂອງລາວ ມີຄຸນນະພາບ
(1)

ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ແມ່ນເພື່ອເປັນການໂຄສະນາການຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ລວມທັງຊຸກຍູ້ໃຫ້ຜູ້ທີ່ມີຄວາມສົນໃຈ ເຂົ້າມາມີສ່ວນຮ່ວມໃນກິດຈະກຳຕ່າງໆຂອງມາດຕະຖານການທ່ອງທ່ຽວລາວ

11/06/2024
📢📢📢🏆🌿 ຂໍເຊີນຊວນ ຜູ້ປະກອບການ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມສະຫມັກຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2025 ຊຶ່ງປະກອບມີ 4...
03/06/2024

📢📢📢🏆🌿 ຂໍເຊີນຊວນ ຜູ້ປະກອບການ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມສະຫມັກຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2025 ຊຶ່ງປະກອບມີ 4 ມາດຕະຖານຄື:
👉 1️⃣ ລາງວັນມາດຕະຖານການບໍລິການສະປາອາຊຽນ (ASEAN Spa Services Standard)
👉 2️⃣ ລາງວັນມາດຕະຖານເຮືອນພັກແຮມອາຊຽນ (ASEAN Homestay Standard)
👉 3️⃣ ລາງວັນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ (ASEAN Community Based Tourism Standard)
👉 4️⃣ ລາງວັນຫ້ອງນໍ້າສາທາລະນະອາຊຽນ (ASEAN Public Toilet Standard)

🟢 ຜູ້ສົນໃຈສະຫມັກ ສາມາດເຂົ້າສຶກສາເບິ່ງລາຍລະອຽດເງື່ອນໄຂຂອງແຕ່ລະມາດຕະຖານ ໄດ້ທີ່ https://e-tmd.com/index.php/legal-standard/standard-book/
ແລະ ສອບຖາມຂໍ້ມູນເພີ່ມເຕີມໄດ້ທາງຂໍ້ຄວາມ (Inbox) 🟩

30/05/2024
🌿 ປະຕິທິນປີທ່ອງທ່ຽວລາວ 2024 ຂອງແຂວງຫລວງພະບາງ
21/03/2024

🌿 ປະຕິທິນປີທ່ອງທ່ຽວລາວ 2024 ຂອງແຂວງຫລວງພະບາງ

Visit Laos Year Calendar 2024 for Luang Prabang Province





#ລາວທ່ຽວລາວ
#ປະເທດລາວສວຍງາມແທ້ໆ

ຂໍສະແດງຄວາມຍິນດີນໍາ ໂຮງແຮມລາວພລາຊ່າ 👏👏👏
13/03/2024

ຂໍສະແດງຄວາມຍິນດີນໍາ ໂຮງແຮມລາວພລາຊ່າ 👏👏👏

ຂໍສະແດງຄວາມຍິນດີນໍາ ໂຮງແຮມເມືອງຫລວງ 👏👏👏
12/03/2024

ຂໍສະແດງຄວາມຍິນດີນໍາ ໂຮງແຮມເມືອງຫລວງ 👏👏👏

16/02/2024

🌿🏆 ງານມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024

https://fb.watch/qdz4t5EFUB/

🌿🏆 52 ຫົວຫນ່ວຍທຸລະກິດການທ່ອງທ່ຽວ ໄດ້ຮັບລາງວັນມາຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ຈັດງານມອບລາງວັນ ໂດຍກະຊວງຖະແຫລງຂ່າວ, ວັ...
15/02/2024

🌿🏆 52 ຫົວຫນ່ວຍທຸລະກິດການທ່ອງທ່ຽວ ໄດ້ຮັບລາງວັນມາຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ຈັດງານມອບລາງວັນ ໂດຍກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນວັນທີ 13 ກຸມພາ 2024 ທີ່ຜ່ານມາ ຊຶ່ງຈັດຂຶ້ນເປັນຄັ້ງທີ 2 ຖັດ ງານມອບລາງວັນຢູ່ໃນງານມະຫາກຳການທ່ອງທ່ຽວອາຊຽນ (ATF 2024).
➡️ ໃຫ້ກຽດເປັນປະທານມອບລາງວັນ ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມອບໃຫ້ແກ່ຜູ້ໄດ້ຮັບລາງວັນຈາກ 3 ປະເພດລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທັງຫມົດ 52 ລາງວັນ ຄື:
✅ ລາງວັນມາດຕະຖານໂຮງແຮມຂຽວອາຊຽນ 45 ລາງວັນ ໄດ້ແກ່:
➡️ ນະຄອນຫລວງຽງຈັນ 6 ລາງວັນ ໄດ້ແກ່:
1. ໂຮງແຮມລາວພລາຊ່າ
2. ໂຮງແຮມຊາລ່ານ່າບູຕິກ
3. ໂຮງແຮມແລນມາກແມ່ຂອງຣີເວີໄຊ
4. ໂຮງແຮມກຣີນປາກບູຕິກ
5. ໂຮງແຮມອີສຕິນວຽງຈັນ
6. ໂຮງແຮມລາວເທວ
➡️ ແຂວງຫລວງພະບາງ 15 ລາງວັນ ໄດ້ແກ່:
1. ໂຮງແຮມພູສີອາຄານ (ອາວານີ)
2. ໂຮງແຮມມາຍບ້ານລາວ
3. ໂຮງແຮມໂຊຟິເທວ
4. ໂຮງແຮມຫລວງພະບາງວິວ
5. ໂຮງແຮມເມຊົງດາລາບົວ
6. ໂຮງແຮມໂຣສວູດ
7. ໂຮງແຮມສຸພັດຕຣາ
8. ໂຮງແຮມ ເດິຫລວງໄຊ ລີຊິເດັນ
9. ໂຮງແຮມຊອງທຸຍລີ
10. ໂຮງແຮມເມືອງຫລວງ
11. ໂຮງແຮມວິກຕໍເຣ່ຍຊຽງທອງພາເລດ
12. ໂຮງແຮມອ່າງທອງ
13. ໂຮງແຮມສະຕຣີເຮົາສ໌
14. ໂຮງແຮມແມ່ຂອງວິວ
15. ຣີສອດສັນຕິ ແລະ ສະປາ
➡️ ແຂວງຈໍາປາສັກ 15 ລາງວັນ ໄດ້ແກ່:
1. ໂຮງແຮມຈໍາປາສັກແກຣນ
2. ເດິຣີເວີຣີສອດ
3. ຣີສອດລາໂຟລີດອນແດງ
4. ຣີສອດພູບາຈຽງ
5. ໂຮງແຮມປາກຊ່ອງແດນງາມ
6. ໂຮງແຮມເອລາວັນຣີເວີໄຊ
7. ໂຮງແຮມປາກເຊ
8. ໂຮງແຮມອາທິນ່າ
9. ແມ່ຂອງພາຣາໄດຣີສອດ
10. ຣີຊິເດັນສີສຸກ
11. ເລີຊິດ່ອງບາສັກ
12. ໂຮງແຮມໂກເດັນດອນເດດ
13. ໂຮງແຮມດອນເດດວິວ
14. ໂຮງແຮມແສງອາລຸນດອນຄອນ
15. ໂຮງແຮມສວນສະຫວັນວິ່ນລ່າ
➡️ ແຂວງວຽງຈັນ 6 ລາງວັນ ໄດ້ແກ່:
1. ຣີເວີໄຊບູຕິກຣີສອດ
2. ໂຮງແຮມອິນທິຣາສະບາຍວັງວຽງ
3. ໂຮງແຮມເອສວັງວຽງບູຕິກ
4. ທີມາກຣີສອດ
5. ຣີສອດຊອງທຸຍລີນໍ້າງຶ່ມບລີດ
6. ຣີສອດແດນສະຫວັນນໍ້າງື່ມ
➡️ ແຂວງອຸດົມໄຊ 1 ລາງວັນ ໄດ້ແກ່:
1. ໂຮງແຮມງາມລາວ
➡️ ແຂວງສະຫວັນນະເຂດ 2 ລາງວັນ ໄດ້ແກ່:
1. ສະຫວັນຣີເຈັນຣີສອດ
2. ໂຮງແຮມອີເດັນຣີຊິເດັນ
✅ ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ປະເພດສະຖານທີ່ຈັດງານເທສະການ 6 ລາງວັນ ໄດ້ແກ່:
1. ໂຮງແຮມຫລວງພະບາງວິວ
2. ໂຮງແຮມເລີເບວແອ ແຂວງຫລວງພະບາງ
3. ໂຮງແຮມພູແມນ ຫລວງພະບາງ
4. ພັດຕະຄານວອນທະບິງ ແຂວງຫລວງພະບາງ
5. ພັດຕະຄານ ສຸນັນທາ ແຂວງບໍລິຄໍາໄຊ
✅ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຊຶ່ງຫົວຂໍ້ການແຂ່ງຂັນສໍາລັບປີ 2024 ແມ່ນການສົ່ງເສີມອາຫານເພື່ອການທ່ອງທ່ຽວ 1 ລາງວັນ ໄດ້ແກ່:
1. ຮ້ານອາຫານໄບໂອແບມບູ ແຂວງຫລວງພະບາງ

🌿🏆 ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທີ່ ສປປ ລາວ ໄດ້ຮັບ ຖືເປັນລາງວັນອັນຊົງກຽດທີ່ມີຄວາມຫມາຍ ຄວາມສໍາຄັນຢ່າງຍິ່ງ ໃນການສົ່ງເສີມອຸດສາຫະກຳການທ່ອງທ່ຽວ ຢູ່ ສປປ ລາວ ຊຶ່ງເປັນຄວາໃພະຍາຍາມ ແລະ ການປະກອບສ່ວນພັນທະຢ່າງຕັ້ງຫນ້າຂອງພາກລັດ ແລະ ພາກທຸລະກິດ ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ມີຄຸນນະພາບ, ມີຄວາມຮັບຜິດຊອບ, ມີຄວາມຍືນຍົງ ແລະ ສາມາດແຂ່ງຂັນໄດ້ໃນພາກພື້ນອາຊຽນ ກໍ່ຄືສາກົນ.



👏👏👏 ຮ້ານອາຫານຄົວລາວ ນະຄອນຫລວງວຽງຈັນ ແລະ ຮ້ານອາຫານຕາດເຍືອງ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ແຂວງຈໍາປາສັກ ໄດ້ຖືກຄັດເລືອກ...
11/02/2024

👏👏👏 ຮ້ານອາຫານຄົວລາວ ນະຄອນຫລວງວຽງຈັນ ແລະ ຮ້ານອາຫານຕາດເຍືອງ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ແຂວງຈໍາປາສັກ ໄດ້ຖືກຄັດເລືອກ ແລະ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປະຈໍາປີ 2024 ຊຶ່ງຫົວຂໍ້ແຂ່ງຂັນສຳລັບປີ 2024 ແມ່ນ: ການສົ່ງເສີມອາຫານເພື່ອການທ່ອງທ່ຽວ. ທັງ 2 ຮ້ານນີ້ ໄດ້ບັນລຸຕາມເງື່ອນໄຂ ມາດຕະຖານທີ່ອາຊຽນກຳນົດໄວ້. ໂດຍລາງວັນ ມີ 2 ປະເພດຄື:
✅ ຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ 1 ລາງວັນ ໄດ້ແກ່:
🏆 1. ຮ້ານອາຫານຄົວລາວ ນະຄອນຫລວງວຽງຈັນ
✅ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ 1 ລາງວັນ ໄດ້ແກ່:
🏆 1. ຮ້ານອາຫານຕາດເຍືອງ, ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ, ແຂວງຈໍາປາສັກ

👏🤝 ລາງວັນອັນຊົງກຽດນີ້ ຖືເປັນລາງວັນແຫ່ງຄວາມພາກພູມໃຈຂອງບັນດາຜູ້ປະກອບການທຸລະກິດທ່ອງທ່ຽວລາວ ທີ່ສາມາດຜ່ານການແຂ່ງຂັນຄັດເລືອກ ໃນລະດັບອາຊຽນ ແລະ ໄດ້ຮັບກຽດຂຶ້ນຮັບລາງວັນ ຢູ່ໃນງານມະຫາກຳທ່ອງທ່ຽວອາຊຽນ ປະຈໍາປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 22-27 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ ທີ່ຜ່ານມານີ້.



📢📢📢 ໂຮງແຮມ ແລະ ສະຖານທີ່ຈັດງານ ຢູ່ ສປປ ລາວ 11 ແຫ່ງ ຖືກເລືອກໃຫ້ເປັນສະຖານທີ່ ທີ່ດີທີ່ສຸດ ສຳລັບທາງເລືອກໃນການຈັດງານ ລະດັບອາຊຽ...
06/02/2024

📢📢📢 ໂຮງແຮມ ແລະ ສະຖານທີ່ຈັດງານ ຢູ່ ສປປ ລາວ 11 ແຫ່ງ ຖືກເລືອກໃຫ້ເປັນສະຖານທີ່ ທີ່ດີທີ່ສຸດ ສຳລັບທາງເລືອກໃນການຈັດງານ ລະດັບອາຊຽນ ປະຈໍາປີ 2024 ຊຶ່ງຢັ້ງຢືນຄຸນນະພາບໂດຍ ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ທີ່ເພິ່ນໄດ້ຮັບ ມີ 3 ປະເພດ ດັ່ງນີ້:
✅ປະເພດສະຖານທີ່ຈັດກອງປະຊຸມ 5 ລາງວັນ ໄດ້ແກ່:
🏆 1. ໂຮງແຮມພູແມນ ຫລວງພະບາງ
🏆 2. ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ
🏆 3. ໂຮງແຮມເລີປາເລຊຽງແກ້ວເດິຫລວງພະບາງ
(ເດິແກຣນຫລວງພະບາງ)
🏆 4. ໂຮງແຮມຫລວງພະບາງວິວ
🏆 5. ໂຮງແຮມດອກຈໍາປາ ແຂວງບໍລິຄໍາໄຊ
✅ປະເພດສະຖານທີ່ງານວາງສະແດງ 1 ລາງວັນ ໄດ້ແກ່:
🏆 1. ສູນນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ
✅ປະເພດສະຖານທີ່ຈັດງານເທດສະການ 5 ລາງວັນ ໄດ້ແກ່:
🏆 1. ພັດຕະຄານເຊັນພິລາ ນະຄອນຫລວງວຽງຈັນ
🏆 2. ໂຮງແຮມຄລາວພລາຊ່າ ນະຄອນຫລວງວຽງຈັນ
🏆 3.ໂຮງແຮມແລນມາກແມ່ຂອງຣີເວີໄຊ ນະຄອນຫລວງວຽງຈັນ
🏆 4. ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ
🏆 5. ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ

👏🤝 ລາງວັນອັນຊົງກຽດນີ້ ຖືເປັນລາງວັນແຫ່ງຄວາມພາກພູມໃຈຂອງບັນດາຜູ້ປະກອບການທຸລະກິດທ່ອງທ່ຽວລາວ ທີ່ສາມາດຜ່ານການແຂ່ງຂັນຄັດເລືອກ ໃນລະດັບອາຊຽນ ແລະ ໄດ້ຮັບກຽດຂຶ້ນຮັບລາງວັນ ຢູ່ໃນງານມະຫາກຳທ່ອງທ່ຽວອາຊຽນ ປະຈໍາປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 22-27 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ ທີ່ຜ່ານມານີ້.



🏆🏆🏆🏆🏆 5 ລາງວັນມາດຕະຖານໂຮງແຮມຂຽວອາຊຽນ ປະຈໍາປີ 2024 ທີ່ ສປປ ລາວ ໄດ້ຮັບຢູ່ໃນງານມະຫາກຳທ່ອງທ່ຽວອາຊຽນ 2024 (ASEAN Tourism Foru...
03/02/2024

🏆🏆🏆🏆🏆 5 ລາງວັນມາດຕະຖານໂຮງແຮມຂຽວອາຊຽນ ປະຈໍາປີ 2024 ທີ່ ສປປ ລາວ ໄດ້ຮັບຢູ່ໃນງານມະຫາກຳທ່ອງທ່ຽວອາຊຽນ 2024 (ASEAN Tourism Forum) ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 22-27 ມັງກອນ 2024 ນີ້ ໄດ້ແກ່:
1. ໂຮງແຮມ Amantaka ແຂວງຫລວງພະບາງ
2. ໂຮງແຮມ Pullman ຫລວງພະບາງ
3. ໂຮງແຮມ Phouvao ແຂວງຫລວງພະບາງ
4. ໂຮງແຮມ Crown Plaza ນະຄອນຫລວງວຽງຈັນ
5. ຣີສອດ Le Grand ປາກແບງ ແຂວງອຸດົມໄຊ

👏👏👏 ທັງ 5 ໂຮງແຮມນີ້ ຖືກຈັດເປັນ 5 ອັນດັບສູງສຸດ (Top 5) ຂອງບັນດາໂຮງແຮມ ຢູ່ ສປປ ລາວ ທີ່ໄດ້ຮັບລາງວັນອັນຊົງກຽດ ລະດັບອາຊຽນ ແລະ ເປັນລາງວັນແຫ່ງຄວາມພາກພູມໃຈ ຂອງບັນດາຜູ້ປະກອບການທຸລະກິດ ທີ່ສາມາດບັນລຸຕາມເງື່ອນໄຂ ມາດຕະຖານທີ່ອາຊຽນກຳນົດໄວ້ ໂດຍສະເພາະແມ່ນ: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ, ຕໍ່ສັງຄົມ ແລະ ຕໍ່ຊຸມຊົນ.



👏👏👏 ນະຄອນຫລວງວຽງຈັນ ແລະ ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປະຈໍາປີ 2024 ຢູ່...
31/01/2024

👏👏👏 ນະຄອນຫລວງວຽງຈັນ ແລະ ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປະຈໍາປີ 2024 ຢູ່ໃນງານມະຫາກຳທ່ອງທ່ຽວອາຊຽນ 2024 (ASEAN Tourism Forum) ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 22-27 ມັງກອນ 2024 ນີ້.
🤝 ພິເສດ ສຳລັບນະຄອນຫລວງວຽງຈັນ ແມ່ນໄດ້ຮັບລາງວັນນີ້ ເປັນຄັ້ງທີ 2. ຄັ້ງທີ 1 ໄດ້ຮັບໃນປີ 2020.
👉 ຊຶ່ງທັງ 2 ເມືອງດັ່ງກ່າວ ໄດ້ບັນລຸຕາມເງື່ອນໄຂ ມາດຕະຖານທີ່ອາຊຽນກຳນົດໄວ້ ໂດຍສະເພາະແມ່ນ:
✅ ການຄຸ້ມຄອງສິ່ງແວດລ້ອມພາຍໃນຕົວເມືອງ
✅ ການຮັກສາຄວາມສະອາດ
✅ ການຄຸ້ມຄອງສິ່ງເສດເຫລືອ
✅ ການປູກຈິດສຳນຶກໃຫ້ປະຊາຊົນ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ
✅ ການຈັດສັນພື້ນທີ່ສີຂຽວ
✅ ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ
✅ ໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ



🎉🎉🎉 ພາບບັນຍາກາດງານມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ຈັດຂຶ້ນຢູູ່ໃນງານມະຫາກຳທ່ອງທ່ຽວອາຊຽນ (ASEAN Tourism Foru...
28/01/2024

🎉🎉🎉 ພາບບັນຍາກາດງານມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ຈັດຂຶ້ນຢູູ່ໃນງານມະຫາກຳທ່ອງທ່ຽວອາຊຽນ (ASEAN Tourism Forum) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.
🏆🏆🏆 ພາຍໃນງານ ບັນດາທ່ານ ລັດຖະມົນຕີທ່ອງທ່ຽວອາຊຽນ ໄດ້ໃຫ້ກຽດຂຶ້ນມອບລາງວັນອັນຊົງກຽດໃຫ້ແກ່ ບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວ ຈາກ 10 ປະເທດສະມາຊິກອາຊຽນ. ຖືເປັນລາງວັນແຫ່ງຄວາມພາກພູມໃຈຂອງບັນດາຜູ້ປະກອບການ ທີ່ສາມາດບັນລຸຕາມເງື່ອນໄຂ ມາດຕະຖານທີ່ອາຊຽນກຳນົດໄວ້.



🌿📢 ໃນໂອກາດງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2024 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 22-27 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ, ສປປ ລາ...
27/01/2024

🌿📢 ໃນໂອກາດງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2024 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 22-27 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ, ສປປ ລາວ. ໃນງານຄັ້ງນີ້ໄດ້ມີການຈັດງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ໃນວັນທີ 26 ມັງກອນ 2023 ຈຸດປະສົງເພື່ອມອບລາງວັນອັນຊົງກຽດໃຫ້ແກ່ ບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ ຢູ່ປະເທດສະມາຊິກອາຊຽນ ທີ່ສາມາດບັນລຸຕາມເງື່ອນໄຂ ມາດຕະຖານທີ່ອາຊຽນກຳນົດໄວ້ ເຊິ່ງລວມມີ 4 ປະເພດມາດຕະຖານຄື:
👉 1. ລາງວັນມາດຕະຖານໂຮງແຮມຂຽວອາຊຽນ ຄັ້ງທີ່ 9, ປະເທດລະ 5 ລາງວັນ
👉 2. ລາງວັນມາດຕະຖານເມືອງທ່ອງທ່ຽວອາຊຽນ ຄັ້ງທີ່ 4, ປະເທດລະ 5 ລາງວັນ
👉 3. ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ມີ 3 ປະເພດຄື: ສະຖານທີ່ຈັດກອງປະຊຸມ, ສະຖານທີ່ຈັດງານວາງສະແດງ, ສະຖານທີ່ຈັດງານເທດສະການ, ປະເທດລະ 5 ລາງວັນ/ປະເພດ
👉 4. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ, ປະເທດລະ 2 ລາງວັນ

📢 ໃນນີ້, ສປປ ລາວ ໄດ້ຮັບທັງ 4 ປະເພດ ລວມທັງຫມົດ 20 ລາງວັນ ດັ່ງນີ້:
🏆 1. ລາງວັນມາດຕະຖານໂຮງແຮມຂຽວອາຊຽນ 5 ລາງວັນ ໄດ້ແກ່: ໂຮງແຮມອາມານຕາກາ ຫລວງພະບາງ, ໂຮງແຮມພູແມນ ຫລວງພະບາງ, ໂຮງແຮມພູວ່າວ ຫລວງພະບາງ, ໂຮງແຮມຄລາວພລາຊ່າ ນະຄອນຫລວງວຽງຈັນ ແລະ ຣີສອດເລີແກຣນປາກແບງ ແຂວງອຸດົມໄຊ.
🏆 2. ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2 ລາງວັນ ໄດ້ແກ່: ນະຄອນຫລວງວຽງຈັນ ແລະ ນະຄອນໄກສອນ ແຂວງສະຫວັນນະເຂດ
🏆 3. ລາງວັນສະຖານທີ່ຈັດງານອາຊຽນ
✅ ປະເພດສະຖານທີ່ຈັດກອງປະຊຸມ 5 ລາງວັນ ໄດ້ແກ່: ໂຮງແຮມພູແມນ ຫລວງພະບາງ, ຫໍປະຊຸມແຫ່ງຊາດ, ໂຮງແຮມເລີປາເລຊຽງແກ້ວເດິຫລວງພະບາງ (ເດິແກຣນຫລວງພະບາງ), ໂຮງແຮມຫລວງພະບາງວິວ ແລະ ໂຮງແຮມດອກຈໍາປາ ແຂວງບໍລິຄໍາໄຊ
✅ ປະເພດສະຖານທີ່ງານວາງສະແດງ 1 ລາງວັນ ໄດ້ແກ່: ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ
✅ ປະເພດສະຖານທີ່ຈັດງານເທດສະການ 5 ລາງວັນ ໄດ້ແກ່: ພັດຕະຄານເຊັນພິລາ, ໂຮງແຮມຄລາວພລາຊ່າ, ໂຮງແຮມແລນມາກແມ່ຂອງຣີເວີໄຊ, ໂຮງແຮມດອນຈັນພາເລດ ແລະ ໂຮງແຮມຈໍາປາສັກແກຣນ
🏆 4. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 2 ລາງວັນ ໄດ້ແກ່:
✅ ຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ: ຮ້ານອາຫານຄົວລາວ ນະຄອນຫລວງວຽງຈັນ
✅ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ: ຮ້ານອາຫານຕາດເຍືອງ ແຂວງຈໍາປາສັກ

ນອກຈາກນີ້, ສປປ ລາວ ຍັງໄດ້ຮັບລາງວັນ ອີກຈໍານວນຫນຶ່ງ ຊຶ່ງຈະມີການຈັດພິທີມອບລາງວັນ ພາຍໃນປະເທດ ອີກຄັ້ງຫນຶ່ງ ໃນເດືອນກຸມພາ 2024 ນີ້.

ໃນງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2024 ໃນຄັ້ງນີ້, ໄດ້ມີການມອບລາງວັນໃຫ້ພາກສ່ວນຕ່າງໆ ຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ເຊິ່ງໄດ້ຮັບການນໍາພາຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກ ພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານແຫ່ງ ສປປ ລາວ ແລະ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ADB) (Second GMS Tourism Infrastructure for Inclusive Growth Project-TIIGP2).



🌿📢 ເຮົາມານັບຖອຍຫລັງ ເຂົ້າສູ່ງານປະກາດຜົນ "ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປະຈໍາປີ 2024". ຊຶ່ງເປັນ 1 ໃນ 4 ປະເພດລາງວັ...
21/01/2024

🌿📢 ເຮົາມານັບຖອຍຫລັງ ເຂົ້າສູ່ງານປະກາດຜົນ "ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປະຈໍາປີ 2024". ຊຶ່ງເປັນ 1 ໃນ 4 ປະເພດລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທີ່ຈະຈັດຂຶ້ນ ໃນວັນທີ 26 ມັງກອນ 2024 ຢູ່ທີ່ງານມະຫາກຳທ່ອງທ່ຽວອາຊຽນ (ASEAN Tourism Forum) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນທີ່ ນະຄອນຫລວງວຽງຈັນ.
🌿🏆 ສຳລັບປີ 2024 ນີ້ ຈະມີການມອບລາງວັນອັນຊົງກຽດ ໃຫ້ແກ່ເມືອງທ່ອງທ່ຽວ ຢູ່ໃນບັນດາປະເທດອາຊຽນ ທີ່ສາມາດບັນລຸຕາມເງື່່ອນໄຂ, ມາດຕະຖານທີ່ອາຊຽນກຳນົດໄວ້.
🌿🏆 ລາງວັນນີ້ ຈັດຂຶ້ນໃນທຸກໆ 2 ປີ. ສຳລັບປີ 2022 ທີ່ຜ່ານມາ ສປປ ລາວ ໄດ້ຮັບ 3 ລາງວັນ ໄດ້ແກ່:
👉 ນະຄອນຫລວງພະບາງ
👉 ນະຄອນປາກເຊ, ແຂວງຈໍາປາສັກ
👉 ເມືອງວຽງໄຊ, ແຂວງຫົວພັນ
ແລະ ໃນປີ 2024 ນີ້ ເຮົາມາຕິດຕາມນໍາກັນວ່າ ສປປ ລາວ ຈະໄດ້ຮັບຈັກລາງວັນ? ມີເມືອງໃດແດ່?

.tourismstandards.la

🌿⭐⭐⭐⭐⭐📢  ພິທີມອບ ໃບຢັ້ງຢືນ ແລະ ເຄື່ອງໝາຍ ລະດັບ 5 ດາວ ໃຫ້ແກ່ ຣີສອດ ນໍ້າກັດ ຢໍລະປ່າ ຊຶ່ງເປັນສະຖານທີ່ພັກແຮມ ລະດັບ 5 ດາວ ແຫ່...
15/01/2024

🌿⭐⭐⭐⭐⭐📢 ພິທີມອບ ໃບຢັ້ງຢືນ ແລະ ເຄື່ອງໝາຍ ລະດັບ 5 ດາວ ໃຫ້ແກ່ ຣີສອດ ນໍ້າກັດ ຢໍລະປ່າ ຊຶ່ງເປັນສະຖານທີ່ພັກແຮມ ລະດັບ 5 ດາວ ແຫ່ງທຳອິດ ຂອງແຂວງອຸດົມໄຊ. ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 14 ມັງກອນ 2024 ທີ່ຫ້ອງປະຊຸມແຫລ່ງທ່ອງທ່ຽວນໍ້າກັດຢໍລະປ່າ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງແຂວງອຸດົມໄຊ. ມີຫົວຫນ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງ ຖວທ, ຄະນະພະແນກ ຖວທ ແຂວງອຸດົມໄຊ, ຄະນະກຳມະການຈັດລະດັບສະຖານທີ່ພັກແຮມຂັ້ນສູນກາງ, ຂັ້ນແຂວງ ພ້ອມດ້ວຍບັນດາຂະແຫນງການທີ່ກ່ຽວຂ້ອງພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ.
🌿 ທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ລາຍງານໃຫ້ຮູ້ວ່າ: ການຈັດລະດັບມາດຕະຖານໂຮງແຮມ, ຣີສອດ ແລະ ເຮືອນພັກ ຢູ່ ສປປ ລາວ ແມ່ນກົນໄກສໍາຄັນໜຶ່ງໃນການຂັບເຄື່ອນຄຸນນະພາບການບໍລິການທ່ອງທ່ຽວ ໂດຍສະເພາະ ດ້ານສະຖານທີ່ພັກແຮມ ຂອງ ສປປ ລາວ. ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້ມີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເອົາໃຈໃສ່ ເພື່ອຮັບປະກັນໃຫ້ການຈັດລະດັບມາດຕະຖານສະຖານທີ່ພັກແຮມ ຢູ່ ສປປ ລາວ ມີປະສິດທິພາບ.
ສຳຫຼັບ ຣີສອດ ນໍ້າກັດ ຢໍລະປ່າ ກໍເປັນສະຖານທີ່ພັກແຮມ ແລະ ສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງໃນລະດັບຕົ້ນໆ ຂອງ ສປປ ລາວ ແລະ ແຂວງອຸດົມໄຊ, ຊຶ່ງມີສິ່ງອຳນວຍຄວາມສະດວກ ທີ່ສາມາດສະໜອງການ ບໍລິການທີ່ຫລາກຫລາຍ ເປັນຕົ້ນ ດ້ານສະຖານທີ່ພັກແຮມ, ການຈັດກອງປະຊຸມ, ການບໍລິການດ້ານ ສຸຂະພາບ, ການບໍລິການອາຫານ ແລະ ເຄື່ອງດື່ມ ແລະ ກິດຈະກຳທ່ອງທ່ຽວແບບອະນຸລັກ ທີ່ຫຼາກຫຼາຍ ທັງແບບຜະຈົນໄພ ແລະ ແບບພັກຜ່ອນຢ່ອນໃຈ ທີ່ສາມາດຕອບສະໜອງຄວາມເພິ່ງພໍໃຈແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ມີພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກຄົບຊຸດ, ມີອຸປະກອນຮັບໃຊ້ທີ່ມີມາດຕະຖານຄຸນນະພາບສູງ ແລະ ພຽງພໍ. ສ້າງວຽກເຮັດງານທຳ ສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນຫຼາຍຮ້ອຍຄົນ, ບໍລິການທ່ອງທ່ຽວໄດ້ຮັບຄວາມນິຍົມຊົມຊອບ ແລະ ກະແສຕອບຮັບຈາກສັງຄົມເປັນທີ່ເພີ່ງພໍໃຈໃນລະດັບດີເກີນຄາດ ເປັນທີ່ຍອມຮັບຈາກບັນດາບໍລິສັດທ່ອງທ່ຽວທີ່ມີຊື່ສຽງໃນທົ່ວໂລກ. ອັນທີ່ພົ້ນເດັ່ນທີ່ສຸດ ແມ່ນໄດ້ຮັບຄວາມເຊື່ອໝັ້ນຈາກ ພັກ-ລັດ ຍົກໃຫ້ເປັນໂຄງການໂຕແບບຂອງການພັດທະນາທຸລະກິດສີຂຽວຍືນຍົງ.
⭐⭐⭐⭐⭐ ເປັນກຽດມອບໃບຢັ້ງຢືນ ແລະ ເຄື່ອງໝາຍ ລະດັບ 5 ດາວ ໃຫ້ແກ່ ຣີສອດ ນໍ້າກັດ ຢໍລະປ່າ ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຮັບໂດຍ ທ່ານ ສົມເພັດ ມ້າວປະເສີດ ປະທານ ບໍລິສັດ ແຟເຊັດ ພັດທະນາແຫຼ່ງທ່ອງທ່ຽວ ທຳມະຊາດ ນໍ້າກັດຢໍລະປ່າ.
.tourismstandards.la

🌿📢 ເຫລືອພຽງ 11 ວັນ ກໍ່ຈະຮອດມື້ຂອງການປະກາດຜົນ "ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ປະຈໍາປີ 2024" ແລ້ວ. ຊຶ່ງງານປະກາດຜົນລາງວັ...
15/01/2024

🌿📢 ເຫລືອພຽງ 11 ວັນ ກໍ່ຈະຮອດມື້ຂອງການປະກາດຜົນ "ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ປະຈໍາປີ 2024" ແລ້ວ. ຊຶ່ງງານປະກາດຜົນລາງວັນ ຈະຈັດຂຶ້ນ ໃນວັນທີ 26 ມັງກອນ 2024 ຢູ່ທີ່ງານມະຫາກຳທ່ອງທ່ຽວອາຊຽນ (ASEAN Tourism Forum) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນທີ່ ນະຄອນຫລວງວຽງຈັນ.
🌿🏆 ພິເສດສຸດ ສໍາລັບປີ 2024 ນີ້ ຈະມອບລາງວັນ ໃຫ້ແກ່ 3 ປະເພດຄື: ປະເພດສະຖານທີ່ຈັດກອງປະຊຸມ, ປະເພດສະຖານທີ່ຈັດງານວາງສະແດງ ແລະ ປະເພດສະຖານທີ່ຈັດງານເທດສະການ ຢູ່ໃນບັນດາປະເທດອາຊຽນ ທີ່ສາມາດບັນລຸຕາມເງື່່ອນໄຂ, ມາດຕະຖານທີ່ອາຊຽນກຳນົດໄວ້.
🌿🏆 ລາງວັນນີ້ ຈັດຂຶ້ນໃນທຸກໆ 2 ປີ. ສຳລັບປີ 2022 ທີ່ຜ່ານມາ ສປປ ລາວ ໄດ້ຮັບ 7 ລາງວັນ ແລະ ໃນປີ 2024 ນີ້ ເຮົາມາຕິດຕາມນໍາກັນວ່າ ສປປ ລາວ ຈະໄດ້ຮັບຈັກລາງວັນ ແລະ ມີພາກສ່ວນໃດແດ່?

.tourismstandards.la

🌿📢 ໃກ້ເຖິງເວລາຂອງການປະກາດຜົນ "ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປະຈໍາປີ 2024" ແລ້ວ. ຊຶ່ງງານປະກາດຜົນລາງວັນ ຈະຈັດຂຶ້ນ ໃນວັນທ...
09/01/2024

🌿📢 ໃກ້ເຖິງເວລາຂອງການປະກາດຜົນ "ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປະຈໍາປີ 2024" ແລ້ວ. ຊຶ່ງງານປະກາດຜົນລາງວັນ ຈະຈັດຂຶ້ນ ໃນວັນທີ 26 ມັງກອນ 2024 ຢູ່ທີ່ງານມະຫາກຳທ່ອງທ່ຽວອາຊຽນ (ASEAN Tourism Forum) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນທີ່ ນະຄອນຫລວງວຽງຈັນ.
🌿🏆 ລາງວັນນີ້ຈະຈັດຂຶ້ນ ທຸກໆ 2 ປີ ແລະ ຖືເປັນລາງວັນອັນຊົງກຽດລະດັບອາຊຽນ ທີ່ຈະມອບໃຫ້ແກ່ບັນດາຜູ້ປະກອບການທຸລະກິດບໍລິການໃນຂະແຫນງການທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວ ຢູ່ໃນບັນດາປະເທດອາຊຽນ ທີ່ສາມາດບັນລຸຕາມເງື່່ອນໄຂ, ມາດຕະຖານທີ່ອາຊຽນກຳນົດໄວ້.
🌿🏆 ສຳລັບປີ 2022 ທີ່ຜ່ານມາ ສປປ ລາວ ໄດ້ຮັບ 2 ລາງວັນ ຄື: ສະຖານທີ່ທ່ອງທ່ຽວນໍ້າຕົກຕາດກວາງຊີ, ແຂວງຫລວງພະບາງ ແລະ ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ, ແຂວງຈໍາປາສັກ ແລະ ຫົວຂໍ້ແຂ່ງຂັນ ສຳລັບປີ 2024 ນີ້ ແມ່ນ "Gastronomy ຫລື ການສົ່ງເສີມອາຫານເພື່ອການທ່ອງທ່ຽວ" ເຮົາມາຕິດຕາມນໍາກັນວ່າ ສປປ ລາວ ຈະໄດ້ຮັບຈັກລາງວັນ ແລະ ມີພາກສ່ວນໃດແດ່?

.tourismstandards.la

🌿📢 ຍັບໃກ້ເຂົ້າມາແລ້ວ ກັບພິທີປະກາດຜົນລາງວັນມາດຕະຖານໂຮງແຮມຂຽວອາຊຽນ ປະຈໍາປີ 2024 ຊຶ່ງເປັນ 1 ໃນ 4 ລາງວັນມາດຕະຖານການທ່ອງທ່ຽວອ...
03/01/2024

🌿📢 ຍັບໃກ້ເຂົ້າມາແລ້ວ ກັບພິທີປະກາດຜົນລາງວັນມາດຕະຖານໂຮງແຮມຂຽວອາຊຽນ ປະຈໍາປີ 2024 ຊຶ່ງເປັນ 1 ໃນ 4 ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທີ່ຈະມອບລາງວັນໃຫ້ແກ່ບັນດາໂຮງແຮມ, ຣີສອດ ຢູ່ບັນດາປະເທດສະມາຊິກອາຊຽນ ທີ່ເປັນຕົວແບບໃນການດຳເນີນທຸລະກິດແບບມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ, ຕໍ່ສັງຄົມ, ຕໍ່ຊຸມຊົນ ທີ່ສາມາດບັນລຸຕາມເງື່ອນໄຂ, ມາດຕະຖານທີ່ອາຊຽນໄດ້ກຳນົດໄວ້.
🏆 ລາງວັນດັ່ງກ່າວນີ້ 2 ປີ ຈະມີຄັ້ງຫນຶ່ງ. ສຳລັບປີ 2022 ສປປ ລາວ ກໍ່ສາມາດຍາດມາໄດ້ ຈໍານວນ 5 ລາງວັນ. ສຳລັບປີ 2024 ນີ້ ຈະມີໂຮງແຮມ, ຣີສອດ ໃດແດ່ ທີ່ຈະໄດ້ຮັບລາງວັນອັນຊົງກຽດນີ້?
🌿 ການປະກາດຜົນລາງວັນ ຈະຈັດຂຶ້ນໃນວັນທີ 26 ມັງກອນ 2024 ຢູ່ໃນງານມະຫາກຳທ່ອງທ່ຽວອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ
.tourismstandards.la

30/12/2023

🌿🏆📢 ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ASEAN Tourism Sustainable Award ຫຼື ASTA) ແມ່ນ 1 ໃນ 4 ປະເພດລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທີ່ຈະມອບໃຫ້ແກ່ບັນດາຜູ້ປະກອບການທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວ ຢູ່ໃນບັນດາປະເທດສະມາຊິກອາຊຽນ ທີ່ສາມາດບັນລຸຕາມເງື່ອນໄຂ, ມາດຕະຖານທີ່ອາຊຽນໄດ້ກໍານົດໄວ້. ຢູ່ໃນງານມະຫາກຳທ່ອງທ່ຽວອາຊຽນ ປະຈໍາປີ 2024 (ASEAN Tourism Forum) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນທ້າຍເດືອນມັງກອນ 2024 ນີ້.
🎉🏆 ເຮົາມາຕິດຕາມນໍາກັນວ່າ ສປປ ລາວ ຈະໄດ້ຮັບຈັກລາງວັນ ແລະ ມີພາກສ່ວນໃດແດ່?

.tourismstandards.la

📢🏡 ຣີສອດນໍ້າກັດຢໍລະປ່າ ໄດ້ຮັບການຊຸກຍູ້ຈັດລະດັບມາດຕະຖານທີ່ພັກແຮມ ເພື່ອກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເນ...
19/12/2023

📢🏡 ຣີສອດນໍ້າກັດຢໍລະປ່າ ໄດ້ຮັບການຊຸກຍູ້ຈັດລະດັບມາດຕະຖານທີ່ພັກແຮມ ເພື່ອກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເນື່ອງໃນໂອກາດເປີດປີທ່ອງທ່ຽວລາວ 2024 ນີ້. ການລົງເຮັດວຽກໃນຄັ້ງນີ້ ປະກອບມີ: ຄະນະຮັບຜິດຊອບຈາກກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຄະນະກຳມະການຈັດລະດັບມາດຕະຖານສະຖານທີ່ພັກແຮມ ແຂວງອຸດົມໄຊ.

🌿📢 ຄະນະຮັບຜິດຊອບຈາກກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ຄະນະກຳມະການຈັດລະດັບມາດ...
08/12/2023

🌿📢 ຄະນະຮັບຜິດຊອບຈາກກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ຄະນະກຳມະການຈັດລະດັບມາດຕະຖານສະຖານທີ່ພັກແຮມ ຂັ້ນສູງກາງ ໄດ້ລົງຊຸກຍູ້ການປະເມີນຈັດລະດັບ ຣີສອດ ຢູ່ນໍ້າປ່ຽນຢໍລະປ່າ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ ໃນວັນທີ 6 ທັນວາ 2023 ນີ້.

05/12/2023

🌿 📢 ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແມ່ນ 1 ໃນ 4 ມາດຕະຖານການທ່ອງທ່ຽວອາຊຽນ ທີ່ຈະມີການມອບລາງວັນອັນຊົງກຽດ ໃຫ້ແກ່ບັນດາເມືອງທ່ອງທ່ຽວຢູ່ໃນບັນດາປະເທດສະມາຊິກອາຊຽນ ທີ່ສາມາດບັນລຸຕາມມາດຕະຖານທີ່ອາຊຽນກຳນົດໄວ້ ໂດຍມີການຄັດເລືອກ ແລະ ມອບລາງວັນ ໃນທຸກໆ 2 ປີ.
🎉🏆🤝 ສຳລັບ ສປປ ລາວ ໃນປີ 2022 ທີ່ຜ່ານມາ ມີ 3 ຕົວເມືອງ ທີ່ໄດ້ຮັບລາງວັນອັນຊົງກຽດດັ່ງກ່າວ ຄື: ນະຄອນຫຼວງພະບາງ, ນະຄອນປາກເຊ, ແຂວງຈໍາປາສັກ ແລະ ເມືອງວຽງໄຊ, ແຂວງຫົວພັນ.
🌿📢 ປັດຈຸບັນລາງວັນດັ່ງກ່າວຈະຫມຸນວຽນ ຈັດຂຶ້ນອີກຄັ້ງຫນຶ່ງແລ້ວ ຄືໃນຕົ້ນປີ 2024 ຢູ່ໃນງານມະຫາກຳທ່ອງທ່ຽວອາຊຽນ ທີ່ໃກ້ຈະມາເຖິງນີ້. ສະນັ້ນ, ເຮົາມາຮ່ວມຕິດຕາມນໍາກັນວ່າ ສຳລັບປີ 2024 ນີ້ ສປປ ລາວ ຈະໄດ້ຮັບລາງວັນອັນຊົງກຽດນີ້ ຈໍານວນຈັກລາງວັນ?


🌿🏡 ໂຄ້ງສຸດທ້າຍຂອງການລົງຊຸກຍູ້ການປະເມີນມາດຕະຖານໂຮງແຮມຂຽວອາຊຽນ ຢູ່ແຂວງອຸດົມໄຊ ໂດຍຄະນະຮັບຜິດຊອບຈາກກົມຄຸ້ມຄອງທຸລະກິດການທ່ອງທ...
16/11/2023

🌿🏡 ໂຄ້ງສຸດທ້າຍຂອງການລົງຊຸກຍູ້ການປະເມີນມາດຕະຖານໂຮງແຮມຂຽວອາຊຽນ ຢູ່ແຂວງອຸດົມໄຊ ໂດຍຄະນະຮັບຜິດຊອບຈາກກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ ພ້ອມດ້ວຍຄະນະກຳມະການປະເມີນຂັ້ນແຂວງ, ເມືອງ ເພື່ອກຽມພ້ອມໃຫ້ແກ່ງານຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ຢູ່ງານມະຫາກຳທ່ອງທ່ຽວອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນເດືອນມັງກອນ ປີ 2024 ທີ່ຈະມາເຖິງນີ້.

🌿🏡 ການລົງຊຸກຍູ້ການປະເມີນມາດຕະຖານໂຮງແຮມຂຽວອາຊຽນ ຢູ່ແຂວງສະຫວັນນະເຂດ ໂດຍຄະນະຮັບຜິດຊອບຈາກກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງ...
16/11/2023

🌿🏡 ການລົງຊຸກຍູ້ການປະເມີນມາດຕະຖານໂຮງແຮມຂຽວອາຊຽນ ຢູ່ແຂວງສະຫວັນນະເຂດ ໂດຍຄະນະຮັບຜິດຊອບຈາກກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ພ້ອມດ້ວຍຄະນະກຳມະການປະເມີນຂັ້ນແຂວງ ເພື່ອກຽມພ້ອມໃຫ້ແກ່ງານຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2024 ຢູ່ງານມະຫາກຳທ່ອງທ່ຽວອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນເດືອນມັງກອນ ປີ 2024 ທີ່ຈະມາເຖິງນີ້.

14/11/2023

Welcome to Visit Laos Year 2024
Laos: A Paradise of Culture, Nature and History

Download Event Calendar PDF File: https://bitly.ws/Zskq





#ລາວທ່ຽວລາວ
#ປະເທດລາວສວຍງາມແທ້ໆ

Address

Vientiane
Vientiane

Alerts

Be the first to know and let us send you an email when Tourism Standards in Lao PDR posts news and promotions. Your email address will not be used for any other purpose, and you can unsubscribe at any time.

Videos

Share

Nearby travel agencies