ມົນສະເໜ່ພາກໃຕ້ລາວ The charm of South Laos

ມົນສະເໜ່ພາກໃຕ້ລາວ The charm of South Laos For advertising South Laos

ລາບເທົາ ອາຫານພື້ນບ້ານທີ່ແຊບຊ້ອຍ ທີ່ຄົນລາວເຄີຍຮັບປະທານມາແຕ່ດົນນານແລ້ວ
23/08/2024

ລາບເທົາ ອາຫານພື້ນບ້ານທີ່ແຊບຊ້ອຍ ທີ່ຄົນລາວເຄີຍຮັບປະທານມາແຕ່ດົນນານແລ້ວ

ວັນສິນ ຂຶ້ນ 15 ຄໍ່າ ເດືອນ 9 ລາວ ພ.ສ.2567
19/08/2024

ວັນສິນ ຂຶ້ນ 15 ຄໍ່າ ເດືອນ 9 ລາວ ພ.ສ.2567

08/08/2024
 #ປະຫວັດຂໍ້ມູນແຫຼ່ງທ່ອງທ່ຽວວັດພູຈຳປາສັກ.   Champasak. ກຸ່ມສະຖານບູຮານວັດພູຕັ້ງຢູ່ບົນເປີ້ນພູເຂົາປິ່ນໜ້າໃສ່ທົ່ງພຽງຈຳປາສັກ ແ...
06/07/2024

#ປະຫວັດຂໍ້ມູນແຫຼ່ງທ່ອງທ່ຽວວັດພູຈຳປາສັກ. Champasak.

ກຸ່ມສະຖານບູຮານວັດພູຕັ້ງຢູ່ບົນເປີ້ນພູເຂົາປິ່ນໜ້າໃສ່ທົ່ງພຽງຈຳປາສັກ ແລະ ແມ່ນ້ຳຂອງ. ຕົວວິຫານເອງ ແມ່ນປະດິດສະຖານຢູ່ບົນຖ້ານເທິງສຸດຂອງເປີ້ນພູ ເຊິ່ງມີຄວາມສູງຈາກລະດັບນ້ຳທະເລປະມານ 200 ແມັດ ແລະ ເປັນບ່ອນທີ່ມີນ້ຳທຳມະຊາດໄຫຼລິນອອກມາຈາກເງີບຫີນ ສ່ວນວ່າໂຄງສ້າງອື່ນໆຂອງກຸ່ມສະຖານບູຮານທັງໝົດ ແຜນຜົງແບບຍຶດແນວເສັ້ນແກນຕາເວັນອອກ - ຕາເວັນຕົກເປັນຫຼັກ ແລະ ມີລວງຍາວທັງໝົດປະມານ 1,400 ແມັດ, ຊຶ່ງເຊື່ອມຕໍ່ພື້ນທີ່ຮາບພຽງຈຳປາສັກຂື້ນຫາເປີ້ນພູ ການອອກແບບແຜນຜັງລວມ ແມ່ນແນ່ໃສ່ເປີດທາງເຂົ້າ ຈາກທິດຕາເວັນອອອກ ເພື່ອເຮັດໃຫ້ສະນິກກະຊົນທັງຫຼາຍມີຄວາມປະທັບໃຈໃນຄວາມເປັນສັກສິດຂອງສະຖານ ທີ່ຕັ້ງແຫຼ່ງນີ້, ທັງສາມາດແນມເຫັນພູສັກສິດລິງຄະປະວະຣະວະຕະທີ່ຕັ້ງຢູ່ດ້ານຫຼັງໄດ້ຢ່າງຊັດເຈນ ການອອກແບບ ແຜນຜັງແບບຍຶດແນວເສັ້ນແກນເປັນຫຼັກນີ້ ຖືວ່າພົບເຫັນໜ້ອຍທີ່ສຸດຢູ່ໃນສາສະນະສະຖານຂອງຂອມ (ໂດຍສ່ວນ ຫຼາຍແມ່ນນຳໃຊ້ລວມສູນ) ແລະ ສ່ອງແສງໃຫ້ເຫັນການນຳໃຊ້ພື້ນທີ່ທາງທຳມະຊາດໃຫ້ເກີດປະໂຫຍດສູງສຸດ ໄດ້ຢ່າງກົມກຶນ ໂດຍມີລິງຄະປະຣະວະຕະເປັນຈຸດສູນກາງ
ຢູ່ຖານລຸ່ມສຸດໂດຍເລີ່ມຈາກທິດຕາເວັນອອກ ມີໜອງສະໃຫຍ່ຂະໜາດ 200 x 600 ແມັດ ອາດຈະສ້າງ ຂື້ນ ນລະຫວ່າງສະຕະວັດທີ 10 ຫາ 11 ຂອບສະດ້ານຕາເວັນຕົກມີການກໍ່ສ້າງເປັນແຖ່ນລະບຽບຫີນມີການຈັດວາງ ຢ່າງປານີດ, ແຕ່ປັດຈຸບັນໄດ້ຖືກເພພັງ ແລະ ເຕັມໄປດ້ວຍສິ່ງສະຫຼັກຫັກພັງຢັງຢາຍບໍ່ເປັນລະບຽບຈາກການສ້າງ ສາລາ ໃນປີ 1958. ຢູ່ດ້ານເໜືອຍັງມີໜອງສະໃຫຍ່ ອີກສອງໜອງທີ່ສ້າງດ້ວຍວິທີດ້ວຍການປ້ານຄັນຄູກັ້ນດີນ ໝາຍຄວາມວ່າບໍ່ໄດ້ວິທີຂຸດ, ໜຶ່ງໃນໜອງສະຈຳນວນນີ້, ໜ່ວຍທີ່ຕິດກັບໜອງສະໃຫຍ່ແມ່ນສ້າງຂື້ນໃນສະຕະວັດ ທີ 11 ຫາ ຕົ້ນສະຕາວັດ 12. ຈາກແຖ່ນຫີນຂອບໜອງສະເປັນຈຸດເລີ່ມຕົ້ນຂອງເສັ້ນທາງເດີນຈົງກົມ ຊຶ່ງປະດັບ ດ້ວຍເສົາເສລຽງລາຍຢູ່ຕາມສອງຂອບຂ້າງຂອງເສັ້ນທາງຫຼັກ.
ກຸ່ມສະຖານທີ່ບູຮານວັດພູ ຖືກສ້າງຂື້ນບົນ 6 ຖ້ານທີ່ແຕກຕ່າງກັນ, ຖ້ານທີ່ໜຶ່ງມີຄວາມກ້ວາງຈາກທິດຕາ ເວັນອອກຫາທິດຕາເວັນຕົກຫຼາຍກວ່າ 130 ແມັດ ດ້ານໜ້າປະກອບດ້ວຍສອງອາຄານໃຫຍ່ເປັນຮູບສີ່ຫຼ່ຽມທີ່ເຮັດ ດ້ວຍຫີນກວ້າງ 44 ເມັດ, ແຕ່ລະອາຄານເປັນຮູບ 4 ຫຼ່ຽມມີກົມພະລຽນອ້ອມຮອບສະໝາມຫຍ້າທີ່ມີຂະໜາດ 62 x 42 ແມັດ, ອາຄານທັ້ງສອງຕັ້ງຢູ່ກົງກັນຂ້າມກັນ ແລະ ຂະໜານກັບເສັ້ນສະແກນ, ຫ້ອງໂຖງດ້ານໜ້າເປັນ 4 ຫຼ່ຽມເປີດໄປສູ່ສະໜາມຫຍ້າ ໂດຍມີທາງເຂົ້າສູູ່ອາຄານທີ່ແກະສະຫຼັກດ້ວຍລວດລາຍ ແລະ ເປັນປະຕູເຊື່ອມຕໍ່ໄປ ຍັງກົມມະລຽນອີກ 3 ດ້ານ. ອາຕານເຫຼົ່ານີ້ໃນເມື່ອກ່ອນເອີ້ນວ່າພະລາດຊະວັງ. ເຖິງຢ່າງໃດກໍດີ ນັກຄົ້ນຄ້ວາໄດ້ມີ ການສັນນິຖານວ່າສະຖານທີ່ແຫ່ງນີ້ ອາດຖືກນຳໃຊ້ປະໂຫຍດໃນທາງສາດສະໜາ ໂດຍໃຊ້ເປັນສະຖານທີ່ຮັບຮອງ ພະສົງຫຼືນັກສະແຫວງບຸນໃນໄລຍະດຳເນີນພິທີທາງສາດສະໜາ. ຮູບແບບທາງສະຖາປັດຕະຍາກຳແບບ ໂກະແກ (koh ker) ຊຶ່ງເລີ່ມຕົ້ນໃນຍຸກສະຕະວັດທີ 11.
ເນື້ອທີ່ທາງທິດຕາເວັນຕົກຂອງຖ້ານທີໜຶ່ງນີ້ ເປັນພື້ນທີ່ຫວ່າງເປົ່າ ແລະ ຄ່ອຍໆລາດຊັ້ນຂຶ້ນໄປຫາຕີນ ຂອງຖ້ານທີສອງ. ລຽບຕາມສອງຂ້າງຂອງທາງຍ່າງ ຖືກປະດັບດ້ວຍຫຼັກເສົາເສ ວາງເປັນໄລຍະຫ່າງທີ່ສະໝ່ຳສະເໝີ ແລະ ຍັງມີຮ່ອງຮອຍຂອງໂຄງສ້າງເໝືອນກົມມະລຽນຊຶ່ງຄ້ຳດ້ວຍເສົາຫີນໂຄງຫຼັງຄາເຮັດດ້ວຍໄມ້ ແລະ ມຸງດ້ວຍດິນ ຂໍ. ຢູ່ທາງດ້ານໃຕ້ມີອາຄານຮູບສີ່ຫຼ່ຽມຊະໜາດນ້ອຍຫຼັງໜຶ່ງທີ່ສ້າງດ້ວຍຫີນຊາຍ ເປີດປະຕູສູ່ທິດເໜືອ ແລະໃຕ້, ປະຊາຊົນເອີ້ນວ່າ ໂຮງງົວອຸສຸພະລາດ ຖືກສ້າງຂຶ້ນໃນສະຕະວັດທີ11. ສ່ວນຈຸດປະສົງອັນແທ້ຈິງໃນການສ້າງຫໍໄຫວ້ ຫຼັງນີ້ນັ້ນ ຍັງບໍ່ທັນເປັນທີ່ຊັດເຈນເທື່ອ, ບາງທີອາດຈະເປັນຈຸດຕົ້ນທາງທີ່ເຊື່ອມຕໍ່ໄປສູ່ເສັ້ນທາງບູຮານໃນຍຸກນັ້ນ ເພາະທີ່ຕັ້ງຂອງອາຄານຫຼັງນີ້ແມ່ນຕົງກັບສົ້ນສຸດຂອງເສັ້ນທາງບູຮານນີ້ເອງ. ອາຄານດ່ຽວປະເພດນີ້ ທີ່ມີໂຄງສ້າງ ເປັນຮູບສີ່ລ່ຽມຍາວ ເປີດປະຕູໄປສູ່ສອງທິດ ຖືວ່າຫາຍາກທີ່ສຸດໃນສະຖາປັດຕະຍະກຳຂອງຊາວຂະແມ. ຈາກການ ສຳຫຼວດພາກສະໜາມໃນປີ 1998. ໄດ້ພົບຮ່ອງຮອຍຂອງອາຄານທີ່ມີຂະໜາດຄ້າຍຄືກັນນີ້ອີກຢູ່ທິດເໜືອຂອງເສັ້ນ ທາງແກນກາງ ກົງກັນຂ້າມກັບໂຮງງົວນີ້ເອງ, ແລະ ຍັງພົບຊາກຂອງສະຖານບູຮານອີກຈຳນວນໜຶ່ງ ຢູ່ທາງທິດຕາ ເວັນຕົກສ່ຽງເໜືອ.
ລະດັບສູງຈາກຖ້ານທີໜຶ່ງຂື້ນໄປປະມານ 2 ແມັດ ເປັນກຳແພງກັນເຈື່ອນຂອງຖ້ານທີສອງ. ຖ້ານນີ້ປະກອບ ສ້າງເປັນສະພານເຊື່ອມຕໍ່ເສັ້ນທາງຫຼັກລະຫວ່າງສອງຖ້ານເຂົ້າຫາກັນ. ຢູ່ສອງຂ້າງຂອງຈຸດເຊື່ອມຕໍ່ນີ້ມີໂຄງສ້າງຂະໜາດນ້ອຍອີກສອງແຫ່ງຊຶ່ງເປັນບ່ອນປະດິດສະຖານຮູບແກະສະຫຼັກຂອງທະວາຣະບານ ຫຼື ຜູ້ຮັກສາປະຕູສ້າງໃນສະຕະວັດທີ 13, ໃນນີ້ມີຮູບແກະສະຫຼັກຂອງທະວາຣະບານທີ່ຍັງສົມບູນຢູ່ອົງໜຶ່ງຕັ້ງຢູ່ໃນສະພາບສົມບູນດີ. ຍັງມີຮູບທະວາຣະບານບໍ່ມີສຽນອີກສອງອົງ ແລະ ຊິ້ນສ່ວນອີກຈຳນວນໜຶ່ງ ທີ່ຢັງຢາຍຢູ່ບໍລິເວນໃກ້ຄຽງແຕ່ບໍ່ແມ່ນຈຸດທີ່ຕັ້ງເດີມ.
ຈາກນັ້ນມີຂັ້ນໄດອັນໜຶ່ງປະກອບສ້າງເປັນສະພານຍາວກໍຍົກລະດັບ ມີຝາກຳແພງກັນເຈື່ອນທັງສອງຂ້າງອັນເປັນເສັ້ນທາງເຊື່ອມຕໍ່ເຂົ້າຫາພື້ນທີ່ຂອງຖ້ານທີສາມ. ເສັ້ນແກນກາງຂອງຂັ້ນໃດນີ້ມີຄວາມຍາວ 75 ແມັດ ແລະ ຄ່ອຍໆລາດຊັ້ນຂຶ້ນໄປເປັນລຳດັບມີຄວາມສູງເຖິງ 15 ແມັດ, ສອງຟາກຂ້າງເປັນພື້ນທີ່ຫວ່າງເປົ່າ ແລະ ເປັນເນີນພູ ທຳມະຊາດ.
ຖ້ານທີສີ່ ເຊິ່ງມີຄວາມກ້ວາງປະມານ 20 ແມັດ, ກັ້ນດ້ວຍກຳແພງກັນເຈື່ອນທີ່ສູງ, ເດີມແທ້ມີຂັ້ນໃດ 3 ອັນ ຂຶ້ນຫາຖ້ານນີ້, ຂັນໃດສ່ວນທາງກາງຖືກດັດແປງ ແລະ ກໍ່ເພິ່ມເຕີມໃນຍຸກຕໍ່ມາດ້ວຍປ່ຽນຫີນທີ່ຖືກນຳໃຊ້ແລ້ວ. ຢູ່ຖ້ານີ້ ມີຫໍໄຫວ້ ກໍ່ດ້ວຍດິດຈີ່ 6 ໜ່ວຍ, ຊຶ່ງແຕ່ລະຂ້າງຂອງເສັ້ນທາງຫຼັກມີ 3 ໜ່ວຍ. ຫໍໄຫວ້ເຫຼົ່ານີ້ຕັ້ງຢູ່ໃນແນວ ເສັ້ນຊື່ດຽວກັນຕາມທິດເໜືອ-ໃຕ້. ຢູ່ດ້ານໃນຂອງຫໍໄຫວ້ແຕ່ລະຫຼັງມີສິວະລິງຄະປະດິດສະຖານຢູ່. ອີງຕາມຮູບ ແບບການກໍ່ສ້າງຂອງຫໍໄຫວ້ ແລະ ຮູບແບບສິລະປະຂອງລິງຄະແລ້ວບົ່ງບອກເຖິງຍຸກສະຕະວັດທີ 11.
ຖ້ານທີ 5 ມີເນື້ທີ່ກ້ວາງປະມານ 20 ແມັດ ເຊັ່ນກັນ, ແຕ່ແບ່ງອອກເປັນສອງສ່ວນດ້ວຍຂັ້ນໃດຫີນຕ່ຳໆ ແລະ ຍົກລະດັບສູງຂຶ້ນຈາກຖ້ານທີສີ່ເລັກໜ້ອຍ. ມີລານປູດ້ວຍຫີນປະກອບເປັນລະບຽງນາຄະບັນພົດຢູ່ຕົງແກນ ກາງຂອງເສັ້ນທາງຫຼັກ.
ເລີ່ມຈາກຖ້ານທີ 5 ນີ້ ເປັນຕົ້ນໄປມີກຳແພງກັ້ນດິນທີ່ສູງຊັນ 7 ຊັນຢອງກັນເປັນລັ່ນໆ ໂດຍມີຄວາມສູງ ເຖິງ 15 ແມັດ. ຢູ່ແນວແກນກາງມີຂັ້ນໃດ 7 ຖ້ານ, ແຈ່ລະຖ້ານມີ 11 ຂັ້ນ.
ຂັ້ນໄດນີ້ໄປບັນຈົບຢູ່ຂັ້ນທີ 6 ຊຶ່ງເປັນຖ້ານສຸດທ້າຍ ມີລະດັບຄວາມສູງເໜືອລະດັບໜອງສະ 75 ແມັດ, ເປັນຈຸດທີ່ສາມາດຊົມທັດສະນິຍະພາບຂອງກຸ່ມເທວະສະຖານທັງໝົດ,ທົ່ງພຽງ ແລະ ສາຍນ້ຳຂອງໄດ້ຢ່າງປະທັບ ໃຈ. ຖ້ານເທິງສຸດນີ້ ມີພື້ນທີ່ປະມານ 60 x 60 ແມັດ, ເປັນທີ່ຕັ້ງຂອງຜາສາດປະທານ (ວິຫານ) ຫຼື ສິມ ສ້າງເພື່ອອຸທິດແດ່ພະສິວະເທບ ທີ່ປະດິດສະຖານຢູ່ໃຈກາງຂອງສິມ. ພື້ນທີ່ດ້ານຫຼັງຂອງສິມ, ຢູ່ໃຕ້ຕີນຜາຫີນ ມີບໍ່ນ້ຳທຳມະຊາດທີ່ຊາວບ້ານເອີ້ນກັນວ່ານ້ຳທ່ຽງ, ບໍລິເວນນີ້ເປັນພື້ນທີ່ປິດທັງສີ່ທິດ, ຊຶ່ງຖືວ່າເປັນພື້ນທີ່ສັກສິດໃນ ບໍລິເວນນີ້. ນ້ຳທ່ຽງຖືກໂຕ່ງສະສົມຢູ່ໃນອ່າງທີ່ກໍ່ດ້ວຍດິນຈີ່ ແລ້ວສົ່ງຜ່ານທາງທໍ່ຮາງລິນຫີນໄປຍັງສິມ ເພື່ອຫົດສົງ ພະສິວະລິງຄະທີ່ປະດິດສະຖານຢູ່ດ້ານໃນ. ເພາະສະນັ້ນຈຶ່ງຖືວ່າ ລິງຄະ ແມ່ນຖືກຫົດສົງຢູ່ຕະຫຼອດເວລາດ້ວຍນ້ຳທີ່ ສັກສິດທີ່ອອກບໍ່ໄຫຼລິນຢູ່ຢ່າງບໍ່ເຫືອດແຫ້ງ. ຢູ່ດ້ານໃຕ້ຂອງສິມມີຊາກໂຄງສ້າງຂະໜາດນ້ອຍຫຼັງໜຶ່ງເອີ້ນວ່າ: “ບັນນາໄລ” ຫຼື “ຫໍໄຕ” ຫຼື “ ຫໍສະໝຸດສົງ ”
ຈາກການສຶກສາເບິ່ງໂຄງສ້າງຂອງສິມ ສ່ວນສິ່ງທີ່ສ້າງດ້ວຍດີນຈີ່ອາດຖືກສ້າງຂື້ນໃນລະຫວ່າງ ສະຕະວັດ ທີ 10 – 11 ແລະ ມົນດົບສ່ວນທີ່ສ້າງດ້ວຍຫີນອາດຖືກຕໍ່ເຕີມໃນຍຸກຕໍ່ມາຄືຢູ່ໃນລະຫວ່າງສະຕະວັດທີ 11, ສິລະປະທາງປະ ຕິມະກຳ ທີ່ປະດັບຢູ່ມົນດົບ ແມ່ນປານີດສວຍງາມເປັນສິລະປະແບບບາພວນ ຂອງຍຸກສະຕະວັດທີ 11.
ກຸ່ມສະຖານບູຮານທັງໝົດແມ່ນໄດ້ໄລຍະຜ່ານການຂະຫຍາຍຕົວອັນຍາວນານ ຄືດັ່ງທີ່ໄດ້ກ່າວມາຂ້າງເທິງ ຮ່ອງຮອຍທີ່ເກົ່າແກ່ທີ່ສຸດ ທີ່ຄົ້ນພົບແມ່ນຢູ່ຄຣິດສະຕະວັດທີ 7, ແຕ່ວ່າໂຄງສ້າງສ່ວນໃຫຍ່ເທົ່າທີ່ຫຼົງເຫຼືອໄວ້ໃຫ້ ເຫັນທຸກວັນນີ້ ແມ່ນຖືກສ້າງຂື້ນໃນຍຸກລຸນຫຼັງ. ບັນດາໂຄງສ້າງຫຼັກໆ ແມ່ນຖືກຫັນປ່ຽນຈາກລັດທິຮິນດູມາເປັນພະ ພຸດທະສາສະນະສະຖານໃນສະຕະວັດທີ 13 ແລະ ໄດ້ສືບເນື່ອງເປັນສາດສະໜາທີ່ນັບຖືສັກກາລະບູຊາໂດຍຊາວ ເມືອງໂດຍຕະຫຼອດມາຈົນເຖິງເທົ້າທຸກວັນນີ້.

ຄວາມສວຍງາມຂອງນ້ຳຕົກຕາດຄອນພະເພັງThe beauty of Khon Phapheng waterfall
06/07/2024

ຄວາມສວຍງາມຂອງນ້ຳຕົກຕາດຄອນພະເພັງ
The beauty of Khon Phapheng waterfall

ສະເນ່ຄວາມງາມ ດ່ານໃຫ່ຍ ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກThe charm of the beauty, Dan luang village, Nong Luang village...
05/07/2024

ສະເນ່ຄວາມງາມ ດ່ານໃຫ່ຍ ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ
The charm of the beauty, Dan luang village, Nong Luang village, Paksong district, Champasak province

ຄວາມສວຍງາມຂອງພູສ່າເຫຼົ້າ ເມືອງໂພນທອງ ແຂວງຈຳປາສັກ
24/01/2024

ຄວາມສວຍງາມຂອງພູສ່າເຫຼົ້າ ເມືອງໂພນທອງ ແຂວງຈຳປາສັກ

06/01/2024

Address

Pakse
Paksé

Telephone

+8562097766644

Website

Alerts

Be the first to know and let us send you an email when ມົນສະເໜ່ພາກໃຕ້ລາວ The charm of South Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ມົນສະເໜ່ພາກໃຕ້ລາວ The charm of South Laos:

Videos

Share

Nearby travel agencies